エピソード

  • ມີການພົບໄວຣັສ Mpox ສາຍພັນໃຫມ່ ໃນອອສເຕຣເລັຍ.
    2025/07/24
    ກໍຣະນີທີສອງ ຂອງອອສເຕຣເລັຍ ຂອງໄວຣັສ Mpox ຊຶ່ງເປັນສາຍພັນທີ່ຫາຍາກ ໄດ້ຖືກພົບເຫັນ ຢູ່ພາກຕາເວັນອອກສຽງໃຕ້ ຂອງQueensland. Mpox ສາຍພັນ Clade 1 ເຄີຍໄດ້ເຫັນພຽງແຕ່ເທື່ອດຽວ ໃນອອສເຕຣເລັຍເທົ່ານັ້ນ. ແຕ່ຣັຖບານ Queensland ກ່າວວ່າ ສາທາຣະນະຊົນ ບໍ່ຄວນກັງວົນ.
    続きを読む 一部表示
    5 分
  • ປໂຍດຂອງການກວດໂຣກເບົາຫວານ.
    2025/07/24
    ໜ້ອຍຄົນຈະຮູ້ວ່າໂຣກເບົາຫວານ ເປັນສາເຫດສໍາຄັນ ຂອງການຕາບອດ ໃນຊາວອອສເຕຣເລັຍ ໃນອາຍຸທໍາງານ, ເປັນສາເຫດສໍາຄັນ ຂອງຫມາກໄຂ່ຫລັງເສື່ອມໂຊມ ແລະການຟອກເລືອດ ໃນອອສເຕຣເລັຍ. ມັນເພີ່ມຄວາມສ່ຽງ ຕໍ່ໂຣກຫົວໃຈ ແລະໂຣກເສັ້ນເລືອດໃນສມອງ (Stroke) ເຖິງສີ່ເທົ່າ. ມັນເປັນສາເຫດສໍາຄັນ ຂອງການຕັດຂາ ແລະມັນຍັງມີຜົນກະທົບອັນໃຫຍ່ຫລວງ ຕໍ່ສຸຂະພາບທາງຈິດໃຈຂອງຜູ້ຄົນ. ສນັ້ນການປ້ອງກັນຈະດີກວ່າການປິ່ນປົວສເມີ.
    続きを読む 一部表示
    10 分
  • ລາຍງານກ່ຽວກັບອາການຖອນຢາ ຕ້ານອາການຊຶມເສົ້າ.
    2025/07/24
    ຢາຕ້ານອາການຊຶມເສົ້າ ເປັນຢາທີ່ໃຊ້ກັນຢ່າງກ້ວາງຂວາງທົ່ວໂລກ ແລະໃນອອສເຕຣເລັຍ. ປະມານຫນຶ່ງໃນເຈັດຄົນ ຂອງຊາວອອສເຕຣເລັຍ ກໍາລັງໃຊ້ຢາຕ້ານອາການຊຶມເສົ້າ (3.9ລ້ານຄົນ). ການທົບທວນ ທີ່ຖືກພິມໃນວາຣະສານ JAMA Psychiatry ຮວມການສຶກສາ 38 ເລື້ອງ ທີ່ມີໄລຍະສັງເກດຫລາຍກວ່າສອງອາທິດ, ຊຶ່ງເປັນໄລຍະເວລາທີ່ສໍາຄັນ ຊຶ່ງຄາດວ່າ ອາການຖອນຢາຈະເກີດຂືຶ້ນ.
    続きを読む 一部表示
    8 分
  • Donald Trump ປະກາດການເກັບພາສີນຳເຂົ້າ
    2025/07/24
    ໃນວັນທີ 2 ເດືອນເມສາ ປີນີ້, ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ກໍ່ໃຫ້ເກີດຄວາມຢ້ານກົວ ໃນບັນດາຜູ້ນໍາທົ່ວໂລກ, ໂດຍປະກາດການເກັບພາສີນຳເຂົ້າທັງຫມົດ ໄປທີ່ສະຫະຣັດອາເມຣິກາ. ຫລັງຈາກໄດ້ປ່ຽນແປງຕລາດການເງິນ ແລະກໍ່ໃຫ້ເກີດສົງຄາມການຄ້າທົ່ວໂລກ.
    続きを読む 一部表示
    13 分
  • ການສັ່ງຫ້າມການໃຊ້ສື່ສານມວນຊົນຂອງໄວລຸ້ນ
    2025/07/17
    ເມື່ອການສັ່ງຫ້າມ ການໃຊ້ສື່ສານມວນຊົນ ຂອງໄວລຸ້ນ ຈະມີຜົນບັງຄັບໃຊ້ໃນທ້າຍປີນີ້, ອອສເຕຣເລັຍ ຈະເປັນປະເທດທໍາອິດ ທີ່ພະຍາຍາມບັງຄັບໃຊ້ ອາຍຸຂັ້ນຕ່ຳທີ່ສຸດ ສໍາລັບສື່ສານມວນຊົນ. ໃນຂນະທີ່ຫຼາຍປະເທດກໍກຳລັງພິຈາຣເນາຈະນຳໃຊ້ກົດໝາຍທີ່ຄ້າຍຄືກັນນີ້.
    続きを読む 一部表示
    8 分
  • ຄຳພິພາກສາ ຕໍ່ການຕົກ ຂອງຖ້ຽວບິນ MH17
    2025/07/17
    ສານສິດທິມະນຸດຢູໂຣບ ໄດ້ມີຄຳພິພາກສາ ຄັ້ງປວັດສາດ ວ່າຣັສເຊັຍ ມີສ່ວນຮັບຜິດຊອບ ຕໍ່ການຕົກ ຂອງຖ້ຽວບິນ MH17 ຂອງ Malaysia Airlines ໃນປີ 2014. ຄຳພິພາກສາ ແມ່ນຕອບສນອງ ຕໍ່ສີ່ຄະດີຂອງ Ukraine ແລະ Netherlands ທີ່ຟ້ອງຣັສເຊັຍ ນັບຕັ້ງແຕ່ການເລີ່ມຕົ້ນ ຂອງການຂັດແຍ້ງໃນປີ 2014. ຄນະຜູ້ພິພາກສາ 17 ຄົນ ພົບວ່າ ນັບແຕ່ປີ 2014, ຣັສເຊັຍ ໄດ້ລະເມີດອະນຸສັນຍາສິດທິມະນຸດຢູໂຣບ ຢ່າງຊັດແຈ້ງ ແລະຢ່າງບໍ່ເຄີຍມີມາກ່ອນ.
    続きを読む 一部表示
    10 分
  • How is alcohol regulated and consumed in Australia? - ເຄື່ອງດື່ມປະເພດເຫຼົ້າ ມີການຄວບຄຸມ ແລະບໍຣິໂພກແນວໃດ ໃນອອສເຕຣເລັຍ?
    2025/07/17
    In Australia, alcohol is often portrayed as part of social life—especially at BBQs, sporting events, and public holidays. Customs like BYO, where you bring your own drinks to gatherings, and 'shouting' rounds at the pub are part of the culture. However, because of the health risks associated with alcohol, there are regulations in place. It’s also important to understand the laws around the legal drinking age, where you can buy or consume alcohol, and how these rules vary across states and territories. - ໃນອອສເຕຣເລັຍ ເຫຼົ້າມັກຖືກເບິ່ງວ່າ ເປັນສ່ວນຫນຶ່ງຂອງຊີວິດທາງສັງຄົມ ໂດຍສະເພາະ ໃນງານ BBQ, ການແຂ່ງຂັນກິລາ ແລະວັນພັກສາທາຣະນະ. ທໍານຽມເຊັ່ນ BYO, ບ່ອນທີ່ທ່ານເອົາເຄື່ອງດື່ມຂອງຕົນເອງ ໄປຮ່ວມງານລ້ຽງ, ແລະການ 'ລ້ຽງ' ຫຼື 'Shouting' ຢູ່ໃນ Pub ເປັນສ່ວນຫນຶ່ງຂອງວັດທະນະທັມ. ເຖິງຢ່າງໃດກໍຕາມ, ເພາະການສ່ຽງຕໍ່ສຸຂະພາບ ທີ່ກ່ຽວພັນກັບເຄື່ອງມຶນເມົາ, ຈຶ່ງມີຂໍ້ບັງຄັບ. ມັນກໍສໍາຄັນທີ່ຈະເຂົ້າໃຈກົດຫມາຍ ກ່ຽວກັບອາຍຸຂອງການດື່ມເຄື່ອງມຶນເມົາ ທີ່ຖືກຕ້ອງຕາມກົດຫມາຍ, ບ່ອນທີ່ທ່ານສາມາດຊື້ ຫລືດື່ມເຄື່ອງມຶນເມົາ, ແລະວິທີທີ່ກົດເຫລົ່ານີ້ ແຕກຕ່າງກັນ ລະຫວ່າງຣັດ ແລະເຂດປົກຄອງຕ່າງໆ.
    続きを読む 一部表示
    13 分
  • ສັບປະດາ NAIDOC
    2025/07/17
    ສັບປະດາ NAIDOC ປີນີ້ ເປັນວັນຄົບຮອບ 50 ປີຂອງການໃຫ້ກຽດ ແກ່ສຽງ ແລະວັດທະນະທັມ ຂອງ First Nations ແລະ Michael Long ນັກເຄື່ອນໄຫວຜູ້້ບຸກເບີກ ແລະນັກກິລາ AFL ໄດ້ຖືກເລືອກ ໃຫ້ເປັນຜູ້ຊນະລາງວັນ Lifetime Achievement ຂອງ NAIDOC ໃນປີນີ້. Poster ກໍແມ່ນ ພາບສະທ້ອນທີ່ງົດງາມ ຂອງຫົວຂໍ້ຂອງສັບປະດາ NAIDOC ໃນປີນີ້: 'The Next Generation: Strength, Vision & Legacy'.
    続きを読む 一部表示
    9 分